ເກົາຫຼີເໜືອເຄື່ອນໄຫວອີກແລ້ວ ປັບປຸງຖານທົດສອບລະເບີດນິວເຄຣຍ

ສະຖາບັນວິໄຈ 38 ນໍຣ໌ທ ເຜີຍໃນວັນທີ່ 12 ມັງກອນວ່າ ຈາກການກວດສວບພາບຖ່າຍດາວທຽມລ່າສຸດ ພົບຄວາມເຄື່ອນໄຫວຂອງຂອງລັດຖະບານເກົາຫຼີເໜືອໃນການສ້ອມແປງແລະອາດຈະຂະຫຍາຍຖານທົດສອບລະເບີດນິວເຄຣຍທີ່ເມືອງປັງເງ-ຣິ ພາກຕາເວັນຕົກສຽງເໜືອ ຖານເກົ່າທີ່ເກົາຫຼີເໜືອໃຊ້ທົດສອບນິວເຄຣຍ 5 ຄັ້ງທີ່ຜ່ານມາ ເຮັດໃຫ້ໄປໄດ້ທີເກົາຫຼີເໜືອຈະທົດສອບນິວເຄຣຍເພີ່ມອີກໃນອານາຄົດ

ສ່ວນທາງປະທານາທິບໍດີ ປູຕິນ ກ່າວໃນວັັນດຽວກັນວ່າ ຄິມ ຈອງ-ອຶນ ຜູ້ນໍາເກົາຫຼີເໜືອມີຄວາມເປັນຜູ້ໃຫຍ່ແລະເຊື່ອວ່າຢາກຈະຫຼຸດສະຖານະການຄວາມຕຶງຄຽດລົງ







ไม่มีความคิดเห็น