ມຸ່ນອັບຍັບ!! ຕຳ 6 ຄັນລວດທີ່ສະລະບູຣີ ປະເທດໄທ ໂຊກດີບໍ່ມີຜູ້ເສຍຊີວິດ
ວັນທີ່ 13 ມັງກອນ 2018 ເກີດເຫດລົດ 6 ຄັນຕຳກັນລຽນລວດຍາວ ກະບະວີໂກ່ຄັນໜຶ່ງເຖີງຂັ້ນຂື້ນໄປຢູ່ເທີງລົດເກງສີແດງຄັນໜຶ່ງ ເຊີ່ງລົດທັງ 6 ຄັນມີ (1.ລົດເກງສີດຳທາງໜ້າ) ຖືກ (2.ລົດ CRV) ຕຳທ້າຍ
ຕໍ່ມາ (3.ກະບະວີໂກ່) ເບກກະທັນຫັນເຮັດໃຫ້ (4.ເກງສີແດງ) ນຳຫຼັງມາເບກບໍ່ທັນເລີຍຕຳເຂົ້າກ້ອງ
ແລ້ວ(5.ລົດກະບະຟອດ) ກໍ່ມາຕຳເອົາກົ້ນລົດເກງແດງ ແລະ ກໍ່ມີ (6. ລົດເກງ)ອີກຄັນໜຶ່ງມາຕຳກົ້ນກະບະຟອດ ໂຊກດີບໍ່ມີຜູ້ເສຍຊີວິດ ມີພຽງໄດ້ຮັບບາດເຈັບ ແລະ ຖືກນຳໂຕສົ່ງໂຮງໝໍແລ້ວ.
ເຫດການຄັ້ງນີ້ຄາດວ່າເກີດຈາກການຂັບນຳກົ້ນກັນໃກ້ເກີນໄປ ເມື່ອຄັນທາງໜ້າເບກແລ້ວ ຄັນຫຼັງເບກນຳບໍ່ທັນ ເຊີ່ງທາງເຈົ້າໜ້າທີ່ກໍ່ໄດ້ຝາກເຖີງຜູ້ຂັບຂີ່ທຸກຄົນໃຫ້ມີສະຕິ ແລະ ຂັບໃຫ້ຢູ່ໃນໄລຍະທີ່ປອດໄພ ແລະ ເຄົາລົບລະບຽບຈະລາຈອນຢ່າງເຂັ້ມງວດ.





Post a Comment