ກົດປຸ່ມຜິດ!! ຮາວາຍຂໍໂທດເຕືອນໄພຂີປະນາວຸດຈາກເກົາຫຼີຜິດພາດ ປະຊາຊົນແຕກຕື່ນວຸ່ນວາຍທົ່ວເກາະ


ເອພີ ລາຍງານຕົ້ນເຫດຄວາມແຕກຕື່ນວຸ່ນວາຍສຸດຂີດຂອງຜູ້ຄົນທີ່ເກາະຮາວາຍທີ່ຢ້ານຂີປະນາວຸດຈາກເກົາຫຼີເໜືອ ຫຼັງໄດ້ຮັບແຈ້ງເຕືອນທັງທາງໂທລະສັບ ໂທລະທັດ ວິທະຍຸ ໃນຕອນເຊົ້າຂອງວັນທີ່ 13 ມັງກອນວ່າ ເປັນຄວາມຜິດພາດຂອງເຈົ້າໜ້າທີ່ ເຊີ່ງຫຼົງໄປກົດປຸ່ມຜິດ.

ເຮົາເຮັດຜິດພາດ ທ. ເວີ່ນ ມິຍາງິ ຈາກສຳນັກງານຈັດການເຫດສຸກເສີນ ຖະແຫຼງຂໍໂທດປະຊາຊົນ ຮ່ວມກັບຜູ້ວ່າການລັດຮາວາຍ ຫຼັງເຫດການສະຫງົບ ແລະ ຮັບປາກວ່າຈະບໍ່ມີເຫດການແບບນີ້ເກີດຂື້ນອີກ. ຄວາມວຸ່ນວາຍເກີດຂື້ນດົນກວ່າ 40 ນາທີ ປານໂລກສິແຕກ ກ່ອນຈະມີການແຈ້ງວ່າເປັນສັນຍານເຕືອນຜິດພາດ ເຊີ່ງຂໍ້ຄວາມແຈ້ງເຕືອນບອກວ່າ: “ ຂີປະນາວຸດນຳວິຖີກຳລັງມຸ່ງໜ້າມາທີ່ຮາວາຍ ໃຫ້ຫາບ່ອນລີ້ໄພດ່ວນ ນີ້ບໍ່ແມ່ນການຊ້ອມ”.

ไม่มีความคิดเห็น