ໂຈນຊອກລັກໝາເຂດບ້ານທົ່ງປົ່ງ ມາມື້ທຳອິດບໍ່ໄດ້ ມາມື້ທີ່ 2 ຖືກຕີນປະຊາຊົນ


ຈາກຜູ້ໃຊ້ເຟດບຸກຊື່ Phoy Maliphone ໄດ້ໂພສໃນເຟດບຸດສ່ວນໂຕວ່າ: “ນີ້ລ່ະທີ່ເຂົາຮ້ອງວ່າບາບໄລ່ເວນທັນ !!!!2 ມື້ກ່ອນໜ້ານີ້ ບັກຮ່ານີ້ມາເລາະຊ໋ອດເອົາໝາຢູ່ຕາມບ້ານຄົນ ຕອນຄົນນອນ ໃກ້ກັບໂຮງຮຽນທົ່ງປົ່ງຊິມາຊ໋ອດເອົາໝາເອື້ອຍຂ້ອຍ ແຕ່ເອື້ອຍຂ້ອຍໄປວຽກກັບມາເດິກລ່ະເຫັນ ມັນກະຂີ່ລົດໜີພ້ອມກັບໝາແມ່ລູກອ່ອນທີ່ມັນຫາກະຊ໋ອດໄດ້ໄປ ເອື້ອຍກັບອ້າຍຂ້ອຍເຫັນກະຂີ່ລົດນຳມັນ ເພື່ອຊ່ວຍຊີວິດໝາແມ່ລູກອ່ອນໂຕນັ້ນ ແຕ່ມັນຊິຫັກລົດມາຕຳດີແຕ່ເອື້ອຍກັບອ້າຍຂ້ອຍບໍ່ລົ້ມ ແລະມັນໄດ້ຖິ້ມໝາແມ່ລູກອ່ອນໄວ້ກາງທາງກ່ອນທີ່ຊິຮີບຂັບລົດໜີຕາຍ ເອື້ອຍຂ້ອຍກະໄດ້ລາກມັນມາແຄມທາງມາເອົານຳ ປັ້ມຫົວໃຈມັນ ພາບທີ່ເຫັນຄື ລູກໝາໂຕນັ້ນແລ່ນນຳກົ້ນແມ່ມັນ😭 ແຕ່ສຸດທ້າຍກະຍື້ຊີວິດໝາແມ່ລູກອ່ອນໂຕນັ້ນບໍ່ໄດ້ ມື້ນັ້ນກະໄດ້ເອົາໄປຝັງຢູ່ສວນ....ມາມື້ນີ້ເຫັນບັກເກົ່າມາອີກ ມາເລາະຊ໋ອດເອົາ ມາໂມງເກົ່າ ເວລາເກົ່າ ອ້າຍຂ້ອຍເຫັນມັນກະຂີ່ລົດນຳ ບາບບໍ່ແພ້ບຸນລົດລົ້ມ ລ່ະຍັງຖືກຕີນປະຊາຊົນ ດີແຕ່ມຶງບໍ່ຕາຍນໍ້ ບັກຫາມຶງຊີວິດໃຜ ໃຜກະຮັກ ເຮັດຈັ່ງໃດ ກະໄດ້ຈັ່ງຊັ້ນໄປຢູ່ໃນຫ້ອງກົງ ໄປໃຫ້ເຂົາຊ໋ອດມຶງພຸ້ນເດີ້ບາດນິ ປ.ລ ມັນເປັນຄົນລາວ ບ້ານຢູ່ຈັນສະຫວ່າງ”. ຈາກນັ້ນກໍ່ມີການແຊໂພສດັ່ງກ່າວອອກໄປຢ່າງແຜ່ຫຼາຍເພື່ອເຕືອນສະຕິຜູ້ຮັກສັດລ້ຽງທັງຫຼາຍໃຫ້ລະມັດລະວັງ.

ไม่มีความคิดเห็น