ໂດໂນລ ທຣັມ ບອກບໍ່ໄດ້ໃຊ້ຄຳວ່າ “ເຮັງຊວຍ” ເວົ້າໃສ່ປະເທດທີ່ຄົນອົບພະຍົບເຂົ້າສະຫະລັດ


ປະທານາທິບໍດີ ໂດໂນລ ທຣັມ ປະຕິເສດວ່າບໍ່ໄດ້ໃຊ້ຄຳເອີ້ນປະເທດທີ່ມີຜູ້ອົບພະຍົບລີ້ໄພເຂົ້າສະຫະລັດວ່າ ປະເທດເຮັງຊວຍ (shithole countries) ຫຼັງຈາກການລາຍງານນີ້ກໍ່ມີກະແສວິພາກວິຈານຢ່າງກວ້າງຂວາງ ເຊີ່ງ ທຣັມກ່າວວ່າ ຕົນເອງອາດຈະໃຊ້ຄຳທີ່ດຸດັນ ແຕ່ບໍ່ແມ່ນຄຳທີ່ກຳລັງເປັນຂ່າວ. ຂ່າວນີ້ອອກມາຈາກການປະຊຸມຂອງລັດຖະບານ ທຣັມ ກັບ ສະມາຊິກສະພາຄຣອງເກສ ເຖີງຂະບວນການປະຕິຮູບກົດໝາຍຄົນເຂົ້າເມືອງ ທີ່ທຳນຽບຂາວ ກຸງວໍຊິງຕັນ ດີ.ຊີ ວັນທີ່ 11 ມັງກອນ 2018.



ไม่มีความคิดเห็น