ຊາຍໄຕ້ຫວັນ ຟ້ອງຮ້າງ ເມຍຍ້ອນຂີ້ຄ້ານອາບນໍ້າ ອາບນໍ້າປີລະເທື່ອ


ໃນວັນທີ່ 12 ມັງກອນ 2018 ເວັບໄຊ Shanghaiist ລາຍງານຂ່າວຈາກປະເທດໄທເທເປ ສື່ໃນໄຕ້ຫວັນເຜີຍແຜ່ເລື່ອງແປກປະຫຼາດເມຍອາບນໍ້າປີລະຄັ້ງ ຈົນຜົວຊາວໃຕ້ຫວັນ ຟ້ອງຮ້າງ ເມຍຊື່ນາງ ຫຼິນຫຼັງຈາກທີ່ທົົນມາດົນນານ 13 ປີ ໂດຍໃຫ້ການຕໍ່ສານ ນິວ ໄທເປ ຊີຕີ່ ວ່າ ເມຍອາບນໍ້າປີລະເທື່ອອ້າງວ່າເຮັດແບບນີ້ຍ້ອນບໍ່ຕ້ອງການມີເຊັກນໍາແລະບໍ່ຢາກມີລູກ ເຊິ່ງຖືວ່າບໍາຢາກສ້າງຄອບຄົວ ລວມເຖິງບໍ່ຍອມຖູແຂ້ວ ແລະສະຜົມ

ສຸດທ້າຍຄວາມອົດທົນສີ້ນສຸດ ເພາະເມຍຍັງບໍ່ຍອມໄປເຮັດວຽກ ເອົາແຕ່ແບມືຂໍເງິນແມ່ຈື່ງຟ້ອງຮ້າງໃນປີ 2015 ຫຼັງຈາກນັ້ນໜື່ງເດືອນຕໍ່ມານາງຫຼີນໄດ້ນໍາໄປຮອດບ່ອນເຮັດວຽກຂອງລາວເພື່ອໄປຮ້ອງຂໍໃຫ້ກັບມາຢູ່ເຮືອນກັບນາງຄືເກົ່າ ເຊິ່ງຊາຍຕໍຄົນນີ້ໝົດຄວາມອົດທົນ ເລີ່ມຕົ້ນຂະບວນການຂໍຮ້າງກັບເມຍ ແລະນາງຫຼິນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ  ແຕ່ສານໄດ້ພິເຄາະແລ້ວເຫັນວ່າສອງຜົວເມຍຄູ່ນີ້ ເຂົ້າກັນບໍ່ໄດ້ ແລະໄດ້ແຍກກັນຢູ່ເຜໍປັນເວລາ 2 ປີ ຈື່ງຕັດສິນໃຈໃຫ້ຝ່າຍຊາຍຊະນະຄະດີໄປ



ไม่มีความคิดเห็น