ເຂື່ອນນຳ້ຂອງໄຊຍະບູລີໃກ້ສຳເລັດ ກຽມຜະລິດໄຟຟ້າຂາຍໃຫ້ໄທ


ເຂື່ອນໄຊຍະບູລີເລີ່ມສ້າງແຕ່ປີ 2012 ໄດ້ກໍ່ສ້າງສຳເລັດແລ້ວກວ່າ 85 % ແລະ ຄາດວ່າຈະສ້າງແລ້ວໃນປີ 2019 ພ້ອມເດີນເຄື່ອງຜະລິດໄຟຟ້າສົ່ງຂາຍໃຫ້ໄທ ແລະ ໃຊ້ໃນລາວຈຳນວນໜຶ່ງ. ເຂື່ອນໄຊຍະບູລີຮັບເໝົາກໍ່ສ້າງໂດຍ ບໍລິສັດ ຊ.ການຊ່າງ (ມະຫາຊົນ) ຈຳກັດ ຂອງປະເທດໄທ ໂຕເຂື່ອນສູງ 28,5 ແມັດ ຄວາມກວ້າງສັນເຂື່ອນ 820 ແມັດ ມີປະຕູລະບາຍນຳ້ 7 ຊ່ອງ ປະຕູລະບາຍຕະກອນ 4 ຊ່ອງ, ຊ່ອງຜ່ານສຳລັບເຮືອ ກວ້າງ12 ແມັດ ຢາວ 700 ແມັດ, ຮັບຮອງເຮືອຂົນສົ່ງສີນຄ້າ 500 ໂຕ່ນ.

 ເຂື່ອນມີກຳລັງຜະລິດກະແສໄຟຟ້າໄດ້ 1,285 ເມັກກາວັດ ລວມມູນຄ່າການກໍ່ສ້າງທັງໝົດ 4000 ລ້ານໂດລ່າສະຫະລັດ.

ไม่มีความคิดเห็น