ລາວ-ຈີນ ວາງແຜນເລັ່ງສ້າງ ເສັ້ນທາງລົດໄຟ ອຸໂມງ ຂົວ ໃຫ້ມີຄຸນນະພາບໃນປີ 2018


ໃນວັນທີ່ 6 ກຸມພາ 2018 ສໍານັກຂ່າວເຣດີໂອ ໄຊນ່າ ອິນເຕີເນຊັ່ນແນລ ລາຍງານຄວາມຄືບໜ້າໂຄງານກໍ່ສ້າງທາງລົດໄຟ ວ່າການກໍ່ສ້າງໃນປີ 2017 ເປັນໄປຕາມແຜນທຸກຈຸດ ໂດຍສະເພາະອຸໂມງທຸກແຫ່ງທີ່ກໍ່ສ້າງຍາກລໍາບາກນັ້ນ ໄດ້ເຈາະເຂົ້າອຸໂມງແລະເລີ່ມກໍ່ສ້າງແລ້ວ



ສໍາລັບແຜນການໃນປີ 2018 ບັນດາໜ່ວຍງານກໍ່ສ້າງລົດໄຟລາວ-ຈີນ ຈະພະຍາຍາມກໍ່ສ້າງອຸໂມງໃຫ້ແລ້ວ 35 ເປີເຊັນແລະ ຂົວລົດໄຟໃຫ້ສໍາເລັດ 40 ເປີເຊັນ ເສັ້ນທາງໃຫ້ສໍາເລັດ 80 ເປີເຊັນ ແລະຈະພະຍາຍາມປ້ອງກັນອຸປະຕຸເຫດ ພ້ອມກັບຮັບປະກັນຄຸນນະພາບແລະຄວາມປອດໄພລະຫວ່າງການກໍ່ສ້າງ ໂດຍຈະເຮັດໃຫ້ສຸດຄວາມສາມາດບໍ່ໃຫ້ເກີດຜົນກະທົບແລະທໍາລາຍສິ່ງແວດລ້ອມທໍາມະຊາດຢ່າງເດັດຂາດ 

ไม่มีความคิดเห็น