ຄີມ ຈອງອຶນ ສົ່ງນ້ອງສາວຢ້ຽມຢາມເກົາຫຼີໃຕ້ຄັ້ງທໍາອິດ ຮ່ວມພິທີເປີດໂອລິມປິກລະດູໜາວ


ໃນທີ່ 8 ກຸມພາ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ກະຊວງລວມຊາດຂອງເກົາຫຼີໃຕ້ (Unification Ministry) ເປີດເຜີຍວ່າ ນາງ ຄີມ ໂຢຈອງ ນ້ອງສາວຂອງ ຄີມ ຈອງອຶນ ຜູ້ນໍາເກົາຫຼີເໜືອ ແລະເປັນສະມາຊິກລະດັບສູງຂອງພັກແຮງງານແຫ່ງຊາດເກົາຫຼີ ຈະເດີນທາງໄປເກົາຫຼີໃຕ້ເພື່ອຮ່ວມພິທີເປີດການແຂ່ງຂັນໂອລິມປິກລະດູໜາວໃນວັນສຸກທີ 9 ກຸມພານີ້

ນາງ ຄີມ ໂຢຈອງ
ວ່າ ກະຊວງລວມຊາດຂອງເກົາຫຼີໃຕ້ເປີດເຜີຍວ່າ ນາງ ຄີມ ໂຢຈອງ ຈະເດີນທາງພ້ອມກັບ ຄີມ ຢອງນໍາ ປະມຸກແຫ່ງລັດໃນທາງພີທີການຂອງເກົາຫຼີເໜືອ ນອກຈາກນີ້ຍັງ  ປະທານກໍາມະການກີລາແຫ່ງຊາດແລະຫົວໜ້າຜູ້ແທນຂອງເກົາຫຼີເໜືອທີ່ຈະເຂົ້າຮ່ວມເຈລະຈາລະຫວ່າງສອງຊາດເກົາຫຼີໃນເດືອນທີ່ຜ່ານມາ

ສໍາຫຼັບການເດີນທາງໄປເກົາຫຼີໃຕ້ຂອງ ນາງ ຄີມ ໂຢຈອງ ຄັ້ງນີ້ເປັນເລື່ອງທີ່ຫຼາຍຝ່າຍໃຫ້ຄວາມສໍາຄັນ ເພາະເປັນຄັ້ງທໍາອິດໃນປະຫວັດສາດທີ່ສະມາຊິກຕະກຸນຄີມເດີນທາງໄປຢ້ຽມຢາມເກົາຫຼີໃຕ້ ນັບວ່າເປັນເລື່ອງພິ້ເສດຫຼາຍ ເພາະວ່ານາງຍັງດໍາລົງຕໍາແໜ່ງສໍາຄັນໃນພັກແຮງງານເກົາຫຼີເໜືອອີກດ້ວຍ ເຊິ່ງສະແດວໃຫ້ເຫັນວ່າເກົາຫຼີເໜືອມີຄວາມໝັ້ນຄົງທີ່ຈະຫຼຸດຜ່ອນຄວາມຕືງຄຽດໃນແຫຼມເກົາຫຼີ

ແຕ່ໃນຂະນະດຽວກັນ ການເດີນທາງໄປເກົາຫຼີໃຕ້ຂອງ ນາງ ຄີມ ໂຢຈອງ ຄັ້ງນີ້ ອາດຈະເຮັດໃຫ້ເກົາຫຼີໃຕ້ແລະສະຫະລັດເກີດການຖຽງກນ ເນື່ອງຈາກທາງສະຫະລັດໄດ້ຂືນບັນຊີດໍາ ນາງ ຄິມ ໂຢຈອງ ໄວ້ໃນປີທີ່ຜ່ານມາ ຕາມຄໍາກ່າວຫາລະເມີດສິດທິມະນຸດແລະ ທ້າວ ຊໍເວ ຮໍວີ ປະທານກໍາມະການກີລາແຫ່ງຊາດ ກໍຖືກສັ່ງຫ້າມເດີນທາງພາຍໃຕ້ມາດຕະການຂວໍ້າບາດຂອງຄະນະມົນຕີຄວາມໝັ້້ນຄົງແຫ່ງສະຫະປະຊາຊາດ ເຊິ່ງທາງສະຫະລັດອາດຈະບໍ່ພໍໃຈທີ່ເກົາຫຼີໃຕ້ກໍາລັງທໍາລາຍທຸກມາດຕະການຂວໍ້າບາດອັນເຂັ້ມງວດ

ไม่มีความคิดเห็น