ວິກິດເສິກສາຍລັບ! ລັດເຊຍແຄ້ນທີ່ອັງກິດຂັບໄລ່ເຈົ້າໜ້າທີ່ທາງການທູດລັດເຊຍ 23 ຄົນ


ວັນທີ່ 14 ມີນາ 2018 ເອພີລາຍງານວ່າ ກະຊວງການຕ່າງປະເທດລັດເຊຍອອກຖະແຫຼງການປະນາມການຕັດສິນຂອງອັງກິດທີ່ຂັບໄລ່ເຈົ້າໜ້າທີ່ທາງການທູດຂອງລັດເຊຍ 23 ຄົນ ອອກຈາກສະຫະລາດຊະອານາຈັກວ່າເປັນການຕັດສິນໃຈທີ່ຜິດພາດ ຫຍາບຄາຍ ແຖມເປັນອຸປະສັກໃນການເຈລະຈາລະຫວ່າງປະເທດ ພ້ອມທັງບອກວ່າຈະມີມາດຕະການຕອບໂຕ້ນຳມາຢ່າງແນ່ນອນ. ທາງກະຊວງການຕ່າງປະເທດລັດເຊຍລະບຸວ່າ: “ ເຮົາບໍ່ອາດຮັບການກະທຳແບບນີ້ໄດ້ ແລະ ບໍ່ມີປະໂຫຍດຫຍັງທີ່ຈະຕ້ອງເຮັດແບບນີ້ ເຊີ່ງມັນຈະເຮັດໃຫ້ຄວາມສຳພັນຖືກບັ່ນທອນລົງ ແລະ ເປັນການປະກາດມາດຕະການທີ່ເປັນປໍລະປັກທີ່ຂັບໄລ່ເຈົ້າໜ້າທີ່ທາງການທູດອອກຈາກປະເທດ ”.

ໂດຍການຂັບໄລ່ມີຂື້ນຫຼັງຈາກ ນາງ ເທເລຊ່າ ເມ ຍື່ນຄຳຂາດໃຫ້ລັດເຊຍອະທິບາຍເຫດການທີ່ ອະດີດສາຍລັບ 2 ໜ້າຂອງລັດເຊຍ ແລະ ລູກສາວຖືກວາງຢາພິດດ້ວຍອາວຸດເຄມີຮ້າຍແຮງໃນກຸງລອນດອນ ບໍ່ເຊັ່ນນັ້ນຈະຖືວ່າເຫດການນັ້ນເປັນການໂຈມຕີອັງກິດ.

ไม่มีความคิดเห็น