ເລັ່ງສອບສວນ!! ຄູສອນວິທະຍາສາດເອົາລູກໝານ້ອຍເປັນໆໃຫ້ ງູ ແລະ ເຕົ່າກິນຕໍ່ໜ້ານັກຮຽນ


ວັນທີ່ 14 ມີນາ 2018 ທາງການເຂດເພສຕັ່ນ ລັດໄອດາໂຮ ສະຫະລັດ ເປີດການສອບສວນ ທ ໂຣເບີດ ຄອສແລນ ຄູສອນວິທະຍາສາດຂອງໂຮງຮຽນແຫ່ງໜຶ່ງໄດ້ເອົາລູກໝານ້ອຍໃຫ້ເຕົ່າ ແລະ ງູ ທີ່ລາວລ້ຽງກິນຕໍ່ໜ້ານັກຮຽນ ເຊີ່ງທາງເຈົ້າໜ້າທີ່ກຳລັງເລັ່ງສືບຫາວ່າເຫດການນັ້ນເກີດຂື້ນໃນຊົ່ວໂມງຮຽນແທ້ບໍ່ ຖ້າແມ່ນຄວາມຈິງກໍ່ຖືເປັນການສະແດງຄວາມຮຸນແຮງຕໍ່ໜ້າເດັກນັກຮຽນເຊີ່ງບໍ່ເປັນຜົນດີ ແລະ ຕ້ອງດຳເນີນການສົ່ງຟ້ອງຕໍ່ສານເພື່ອຕັດສິນ.





ไม่มีความคิดเห็น