ຂົວຂ້າມທາງຫຼວງສະຫະລັດຖະຫຼົ່ມທັບລົດກວ່າ 5 ຄັນເສຍຫາຍໜັກ
ວັນທີ່ 16 ມີນາ 2018 ເອພີລາຍງານເຫດການອຸປະຕິເຫດທີ່ເມືອງໄມອາມີ່ ລັດຟໍລິດາ ສະຫະລັດ ເມື່ອຂົວຄົນຂ້າມທາງ ທີ່ທາງຫຼວງຂອງມະຫາວິທະຍາໄລນານາຊາດຟໍລິດາຖະຫຼົ່ມລົງມາທັບລົດ ແລະ ຜູ້ຄົນທີ່ຕິດຢູ່ໃນລົດຈຳນວນກວ່າ 5 ຄັນ ເຮັດໃຫ້ມີຜູ້ບາດເຈັບຈຳນວນຫຼາຍ. ຂົວແຫ່ງນີ້ມີມູນຄ່າກໍ່ສ້າງກວ່າ 14.2 ລ້ານໂດລາສະຫະລັດ ນຳ້ໜັກລວມປະມານ 950 ໂຕ່ນ ເຊີ່ງສ້າງຂື້ນເພື່ອຄວາມປອດໄພຂອງນັກສຶກສາທີ່ຕ້ອງຂ້າມທາງໄປ-ມາ.
Post a Comment