ສະຫຼົດ!! ໝາຕາຍຄາຊ່ອງໄວ້ເຄື່ອງໃນເຮືອບິນ ຍ້ອນສາວແອບັງຄັບຜູ້ໂດຍສານຍັດເຂົ້າໄປ
ວັນທີ່ 14 ມີນາ 2018 ຊີບີເອສນິວ ລາຍງານວ່າ ສາຍການບິນຢູໄນເຕັດແອລາຍຂອງສະຫະລັດຖືກກະແສວິພາກວິຈານອີກຄັ້ງເມື່ອສອງແມ່ລູກບິນຈາກລັດເທັກຊັດໄປນະຄອນນິວຍອກພ້ອມກັບໝາໂຕໜຶ່ງ ຖືກພະນັກງານສາວບັງຄັບໃຫ້ເອົາກະເປົາໝາຍັດໃສ່ໄວ້ໃນຊ່ອງເກັບເຄື່ອງເທີງຫົວຜູ້ໂດຍສານຈົນມັນຂາດອາກາດຫາຍໃຈຕາຍກາງອາກາດ. ເຊີ່ງຜູ້ໂດຍສານທີ່ເຫັນເຫດການເລົ່າວ່າເຈົ້າຂອງໝາຢືນຢັນແລ້ວວ່າຈະບໍ່ໃຫ້ເອົາໝາຍັດໄວ້ໃນຊ່ອງນັ້ນ ແຕ່ພະນັກງານສາວອ້າງວ່າຢູ່ຂວາງທາງຍ່າງຂອງຜູ້ໂດຍສານຄົນອື່ນຈຶ່ງຈຳຕ້ອງເອົາໄວ້ໃນຊ່ອງນັ້ນ.
Post a Comment