ແພດອິນເດຍຖືກພັກວຽກ ຍ້ອນສົງໄສວ່າເອົາຂາຄົນເຈັບທີ່ຂາດມາໃຫ້ຄົນເຈັບໝອນ (ຄລິບ)


ວັນທີ່ 13 ມີນາ 2018 ເວັບໄຊສ ໄທລັດ ລາຍງານວ່າທາງການອິນເດຍພັກວຽກແພດໝໍ 4 ຄົນເນື່ອງຈາກສົງໄສວ່ານຳຂາຄົນເຈັບທີ່ຂາດມາໝອນໃຫ້ຄົນເຈັບທີ່ເກີດອຸປະຕິເຫດລົດເມປີ້ນ ເຊີ່ງທາງພີ່ນ້ອງຂອງຄົນເຈັບບອກວ່າເມື່ອມາຮອດໂຮງໝໍກໍ່ພົບວ່າຂາຂອງລາວຖືກໃຊ້ໝອນຫົວລາວເອງຢູ່ຈົນຕ້ອງໄປຊື້ໝອນຈາກຕະຫຼາດມາໃຫ້ເພາະແພດບໍ່ໃຫ້ຢືມ ເຊີ່ງເມື່ອຄລິບຖືກແຜ່ອອກໄປກໍ່ມີກະແສວິຈານຢ່າງໜັກຈົນຜູ້ບໍລິຫານໂຮງໝໍຕ້ອງຕັ້ງຄະນະສອບສວນວ່າເປັນແນວໃດແທ້ ແລະ ຈະລົງໂທດຢ່າງເຂັ້ມງວດຫາກແພດໝໍເປັນຄົນເຮັດຜິດແທ້.

ไม่มีความคิดเห็น