ຜູ້ຕ້ອງສົງໄສພະຍາຍາມຂ້າພະຍານ ຖືກເຈົ້າໜ້າທີ່ຍິງຕາຍໃນສານ (ຄລິບ)


ວັນທີ່ 13 ມີນາ 2018 ເວັບໄຊສໄທລັດ ລາຍງານວ່າ ຈຳເລີຍຄົນໜຶ່ງອາຍຸ 25 ປີ ກຳລັງຖືກໄຕ່ສວນຄະດີຢູ່ໃນສານໄດ້ພະຍາຍາມໃຊ້ບິກທີ່ລັກຈາກມືທະນາຍ ແລະ ແລ່ນເຂົ້າໃສ່ພະຍານຫວັງທຳຮ້າຍແຕ່ຖືກເຈົ້າໜ້າທີ່ຕຳຫຼວດຍິງປະຈຳສານຍິງໃສ່ 4 ນັດຈົນເສຍຊີວິດຄາທີ່. ເຊີ່ງຄລິບດັ່ງກ່າວແມ່ນເກີດຂື້ນໃນປີ 2014 ແຕ່ຫາກໍ່ຖືກເຜີຍແຜ່ເມື່ອວັນຈັນຜ່ານມາຍ້ອນສະມາຄົມສື່ສະຫະລັດຮຽກຮ້ອງໃຫ້ເປີດເຜີຍໃນຖານະບັນທຶກການໃຊ້ຄວາມຮຸນແຮງຂອງຕຳຫຼວດ.


ไม่มีความคิดเห็น