ສະຫຼົດ! ລູກສາວເສດຖີຕຸລະກີ ໄປທ່ຽວສະລະໂສດກັບໝູ່ ຕອນກັບຍົນຕົກຕາຍໝົດແກ໊ງ


ວັນທີ່ 13 ມີນາ 2018 ເວັບໄຊສໄທລັດ ລາຍງານເຫດເສົ້າສະຫຼົດເມື່ອລູກສາວເສດຖີຕຸລະກີຊື່ ມີນາ ບາຊາລັນ ອາຍຸ 28 ປີທີ່ກຳລັງຈະແຕ່ງງານໃນເດືອນໜ້າ ໄດ້ພາແກ໊ງໝູ່ໄປທ່ຽວສະລະໂສດທີ່ ດູໄບ ດ້ວຍເຮືອບິນສ່ວນໂຕໂດຍກ່ອນກັບຍັງມີການຖ່າຍຮູບລວມກັນໃນຊຸດຄຸມອາບນຳ້ໃສ່ແວນດຳຢ່າງມີຄວາມສຸກໂດຍບໍ່ມີລາງໃດໆເລີຍວ່າຂາກັບຍົນຈະເກີດອຸປະຕິເຫດຕົກລົງໃນເທືອກເຂົາທີ່ອີຫຣ່ານ ເຮັດໃຫ້ ມີນາ ໝູ່ 7 ຄົນ ພ້ອມນັກບິນ ແລະ ລູກເຮືອອີກ 3 ຄົນ ເສຍຊີວິດທັນທີ. 





ไม่มีความคิดเห็น