ຄິມ ຈອງ ອືນ ມີອາລົມຕາຫຼົກ ຂະນະພົບທູດເກົາຫຼີໃຕ້


ຈາກການເປີດເຜີຍຂອງເຈົ້າໜ້າທີ່ປະຈຳທຳນຽບປະທານາທິບໍດີລະບຸວ່າ ລະຫວ່າງການພົບປະກັນຂອງຂະນະຜູ້ແທນພິເສດຂອງເກົາຫຼີໃຕ້ນຳໂດຍ ຊອງ ອຸຍຍອງ ທີ່ປືກສາສະພາຄວາມໝັ້ນຄົງແຫ່ງຊາດ ເມື່ອວັນທີ່ 5 ຜ່ານມາ ຄິມ ຈອງ ອືນ ຜູ້ນຳເກົາຫຼີເໜືອສະແດງໃຫ້ເຫັນວ່າມີອາລົມຕາຫຼົກຢູ່ຄືກັນ ເມື່ອເວົ້າວ່າ: “ເມື່ອຂ້ອຍຕັດສິນໃຈແລ້ວມື້ນີ້ ປະທານາທິບໍດີ ມຸນ ແຈອິນ ກໍ່ບໍ່ຕ້ອງເຈັບຫົວແຕ່ເຊົ້າອີກຕໍ່ໄປເພາະຕ້ອງລຳບາກແທ້ທີ່ຕ້ອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດຕັ້ງແຕ່ໄກ່ຂັນທຸກເຊົ້າທີ່ເຮົາຍິງຂີປະນາວຸດ”. ຄິມກ່າວແນວນີ້ຫຼັງທັງສອງຝ່າຍຕົກລົງກັນໄດ້ວ່າເກົາຫຼີເໜືອຈະບໍ່ເຮັດການຢົ່ວຢູ່ທາງຍຸດທະສາດອີກເຊັ່ນ ການຍິງຂີປະນາວຸດ ຫຼື ອາວຸດນິວເຄຼຍ ຫາກການເຈລະຈາຍັງດຳເນີນຕໍ່ໄປໄດ້ດີ.

ไม่มีความคิดเห็น