ຫ້າມຕຳຫຼວດລີ້ຫຼັງຕົ້ນໄມ້! ອຸສເບກິສຖານ ອອກກົດໝາຍແກ້ໄຂບັນຫາຕຳຫຼວດຈະລາຈອນໄໝເງີນປະຊາຊົນ
ວັນທີ່ 16 ມີນາ 2018 ບີບີຊີລາຍງານວ່າ ກົມຕຳຫຼວດໃນກຸງທັສເຄ ເມືອງຫຼວງຂອງອຸສເບກິສຖານອອກຄຳສັ່ງວ່າ ຫ້າມຕຳຫຼວດລີ້ຫຼັງຕົ້ນໄມ້ ຫຼື ວັດຖຸອື່ນໆເພື່ອດັກລັດລົດປະຊາຊົນທີ່ສັນຈອນໄປມາ ເພາະອາດເປັນການຂູດຮີດເອົາເງີນປະຊາຊົນ. ລັດຖະບານຍັງເປີດໂອກາດໃຫ້ປະຊາຊົນສາມາດຕຳໜິ ຮ້ອງຮຽນ ສະແດງຄວາມຄິດເຫັນຕໍ່ການເຮັດວຽກຂອງຕຳຫຼວດໄດ້ ແລະ ຫາກພິສູດໄດ້ວ່າຕຳຫຼວດເຮັດຜິດແທ້ທາງການຈະມີມາດຕະການລົງໂທດໂດຍການປົດຊັ້ນ ຕັດເງີນບຳນານ ຫຼື ອາດເຖີງຂັ້ນໄລ່ອອກ.
ນອກຈາກນີ້ຍັງຈະອອກກົດໃຫ້ເຈົ້າໜ້າທີ່ຖືກ້ອງບັນທຶກວິດີໂອເພື່ອປ້ອງກັນການທຸຈະລິດໃນໜ້າທີ່ ຫຼື ການຕິດສິນບົນ.
Post a Comment