ຕັ່ງສະລິງເລື່ອນຖອຍຫຼັງລົງພູເຂົາຫິມະ ເຮັດໃຫ້ຄົນຕົກເຈັບຈຳນວນຫຼາຍ (ມີຄລິບ)
ວັນທີ່ 16 ມີນາ 2018 ໂທລະພາບຊ່ອງ 1 ຂອງຈໍເຈຍລາຍງານ ອຸປະຕິເຫດຕັ່ງສະລິງເລື່ອນໃນລີສອດແຫ່ງໜຶ່ງເຮັດວຽກຜິດພາດເລື່ອນຖອຍຫຼັງລົງມາດ້ວຍຄວາມໄວສູງ ເຮັດໃຫ້ຄົນທີ່ນັ່ງຂື້ນໄປນັ້ນໄຫຼຕົກລົງພື້ນບາດເຈັບຈຳນວນຫຼາຍ. ຈາກຄລິບເຫັນວ່າຕັ່ງເລື່ອນນັ້ນໄຫຼລົງມາຢ່າງແຮງຈົນຜູ້ຄົນຖືກແຮງຟັດຕົກຈາກຕັ່ງ ແລະ ຍັງຕ້ອງຮີບລຸກຂື້ນມາຫຼີກຕັ່ງທີ່ໄຫຼນຳໆກັນມາອີກ.
Post a Comment