ບໍ່ສົນໃຜ!! ໜຸ່ມປົດຖົງຕີນສຸດເໝັນຂື້ນຕາກໄວ້ບ່ອນຈັບໃນລົດໄຟ ແຖມຍົກຕີນຂື້ນກ່າຍເສົາ (ມີຄລິບ)


ວັນທີ່ 16 ມີນາ 2018 ເດິຊັນ ລາຍງານພຶດຕິກຳສຸດໄຮ້ມາລະຍາດຂອງຊາຍໜຸ່ມຄົນໜຶ່ງເທີງລົດໄຟ ໂດຍລາວໄດ້ປົດຖົງຕີນທີ່ມີກິ່ນສຸດເໝັນແລ້ວເອົາຂື້ນຕາກໃສ່ບ່ອນຈັບໃນລົດໄຟ ແລະ ຍັງຍົກຕີນຂື້ນກ່າຍເສົາແບບບໍ່ສົນໃຈໃຜເລີຍ ຈົນຜູ້ໂດຍສານຫຼາຍຄົນທົນກິ່ນບໍ່ໄຫວພາກັນໜີໄປຢູ່ແຖວໃກ້ປະຕູລົດໄຟ. ເມື່ອມີຄົນຖ່າຍຄລິບລາວໄວ້ກໍ່ເລີ່ມເອົາຖົງສີແດງມາບັງໜ້າໄວ້ແລ້ວກໍ່ເບີ່ງໂທລະສັບຕໍ່. ເຫດການນີ້ຖືກປະນາມຢ່າງໜັກໃນປະເທດຈີນຈົນບາງຄົນບອກຈະບໍ່ຈັບເສົາເຫຼັກ ຫຼື ບ່ອນຈັບໃດໆເລີຍ.




ไม่มีความคิดเห็น