ແພດຫ້ອງປະສູດ ປາດຄໍແຟນຊ່ວຍຊີວິດຍ້ອນບາບີຄິວຕິດຄໍ ລອດຕາຍວຸດວິດ
ວັນທີ່ 10 ມີນາ 2018 ສຳນກັຂ່າວຕ່າງປະເທດລາຍງານວ່າ ນາງ ຊາລ່າ ກາສ ອາຍຸ 45 ປີ ກຳລັງກິນບາບີຄິວກັບແຟນໜຸ່ມ ອາຍຸ 50 ປີ ທີ່ເຮືອນເທີງເກາະຂອງປະເທດນິວຊີແລນ ກ່ອນແຟນລາວຈະສະໝັກແລ້ວບາບີຄິວຕິດຄໍ ແລະ ບໍ່ສາມາດຫາຍໃຈໄດ້ ນາງຈຶ່ງຊ່ວຍຕີຫຼັງໃຫ້ອາຫານລົງແຕ່ກະບໍ່ລົງ ຈົນໜ້າຂອງລາວກາຍເປັນສີມ່ວງຍ້ອນຫາຍໃຈບໍ່ອອກ ນາງຈຶ່ງຕັດສິນໃຈໃຊ້ມີດປາດຄໍແຟນບໍລິເວນກ້ອງຄໍຫອຍ ເພື່ອເປີດຫຼອດລົມແລ້ວໃຊ້ຫຼອດສັກຢາທີ່ລາວມີປັກເຂົ້າໄປເພື່ອໃຫ້ອາກາດເຂົ້າໄປໄດ້ ຫຼັງຈາກນັ້ນ 20 ນາທີທີມແພດພ້ອມຍົນກໍ່ມາຮັບຕົວໄປໂຮງໝໍ ແລະ ຊ່ວຍຊີວິດໄວ້ໄດ້.



Post a Comment