ເຄາະຊຳ້ກຳຊັດ!! ຊາວໂລຫິງຢາໃນຄ່າຍລີ້ໄພສ່ຽງຖືກນຳ້ຖ້ວມ-ດິນຖະຫຼົ່ມ
ວັນທີ່ 10 ມີນາ 2018 ບີບີຊີລາຍງານວ່າ ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ ໄດ້ສະແດງຄວາມກັງວົນຕໍ່ສະຫວັດດີພາບຂອງຊາວມຸດສະລິມໂລຫິງຢາຫຼາຍກວ່າ 100,000 ຄົນ ທີ່ຢູ່ຄ່າຍລີ້ໄພທາງຕອນໃຕ້ຕິດພົມແດນບັງກະລາເທດ-ມຽນມາ ເນື່ອງຈາກຢູ່ໃນແນວເຄື່ອນຂອງພາຍຸລະດູມໍລະສຸມ ແຖມຍັງເປັນພື້ນທີ່ ທີ່ມີປະລິມານນຳ້ຝົນຫຼາຍທີ່ສຸດໃນປະເທດ ສົ່ງຜົນໃຫ້ອາດເກີດນຳ້ຖ້ວມໜັກ ແລະ ດິນຖະຫຼົ່ມລົງມາ ເຊີ່ງທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກຳລັງຫາທາງແກ້ໄຂບັນຫາດັ່ງກ່າວຢູ່.


Post a Comment