ໂຈນດຶງກະເປົາແລ້ວເກີດອຸປະຕິເຫດຂະນະກຳລັງໜີຈົນເສຍຊີວິດ


ວັນທີ່ 9 ມີນາ 2018 ເວລາ ປະມານ 21:10 ໂມງ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີຄົນດຶງກະເປົາແລ້ວເກີດອຸບັດຕິເຫດ ຢູ່ເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ດັ່ງນັ້ນໜວ່ຍກູ້ໄພນະຄອນຫຼວງຈຶ່ງໄດ້ອອກກວດສອບພົບເຫັນຄົນເຈັບ1ຄົນເປັນເພດຊາຍອາການເບື້ອງຕົ້ນແມ່ນກະທົບຫົວຢ່າງຮຸນແຮງບໍ່ມີສະຕິບໍ່ມີການຕອບສະໜອງ ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນດວ້ຍການນວດຫົວໃຈທຽມ(CPR)ແລ້ວຜູ້ກ່ຽວກໍໄດ້ເສຍຊີວິໃນເວລາຕໍ່ມາ. ຂໍສະເເດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດວ້ຍ






ຂອບໃຈທີ່ມາ: ກູ້ໄພນະຄອນຫຼວງເຂດ1

ไม่มีความคิดเห็น